ທ່ານຮູ້ ຫຼື ບໍ່ວ່າການກິນໝາກກ້ຽງໃຫ້ປະໂຫຍດຫຍັງແນ່ຕໍ່ຮ່າງກາຍ ມື້ນີ້ມີປະໂຫຍດຂອງມັນມາຝາກກັນ
ຈາກການລາຍງານການສຶກສາຂອງຫຼາຍປະເທດເລຶ່ອງການບໍລິໂພກໝາກໄມ້ຈຳພວກໝາກນາວ ຫຼື ໝາກກ້ຽງໃຫ້ປະໂຫຍດແກ່ສຸຂະພາບ ສະຫຼຸບໄດ້ວ່າ "ກິນໝາກກ້ຽງມື້ລະໜ່ວຍ ຈະຊ່ວຍປ້ອງກັນໂລກມະເຮັງບາງຊະນິດໃຫ້ພົ້ນໂຕເຮົາໄດ້".
ນັກວິໄຈຂອງອົງການວິໄຈວິທະຍາສາດ ແລະ ອຸດສາຫະກຳຂອງລັດຖະບານອອສເຕຣເລຍ ການກິນໝາກໄມ້ຈຳພວກໝາກນາວ ຫຼື ໝາກກ້ຽງຈະຊ່ວຍປ້ອງກັນມະເຮັງທີ່ປາກ ກ່ອງສຽງ ແລະ ກະເພາະລົງໄດ້ເຄິ່ງໜຶ່ງ ແລະ ຖ້າກິນໝາກໄມ້ມື້ລະ 5 ເທື່ອເປັນປະຈຳກໍຍັງສາມາດຊ່ວຍປ້ອງກັນອຳມະພາດໄດ້ອີກເຖິງ 19%.
ໝາກໄມ້ຈຳພວກໝາກນາວ ຫຼື ໝາກກ້ຽງຊ່ວຍປ້ອງກັນພະຍາດຂອງຮ່າງກາຍໄດ້ເພາະຄຸນນະສົມບັດທີ່ເປັນຕົວລ້າງພິດຂອງມັນພ້ອມທັງບຳລຸງລະບົບພູມຄຸ້ມກັນພະຍາດໃຫ້ແຂງແຮງ ຂັດຂວາງກ້ອນຊິ້ນທີ່ອັນຕະລາຍບໍ່ໃຫ້ລຸກລາມ ແລະ ຮັກສາເຊວເນື້ອທີ່ຕາຍໃຫ້ຄືນສະພາບໄດ້ອີກດ້ວຍ. ເມື່ອຮູ້ແລ້ວ ຖ້າໃຜຢາກມີສຸຂະພາບທີ່ແຂງແຮງ ກໍຕ້ອງຮັບປະທານໝາກໄມ້ປະເພດນີ້.
0 ອັນ (ຍັງບໍ່ໄດ້ເລືອກສິນຄ້າ)